ສະໂມສອນບານເຕະພອນປະເສີດFC ຈັດງານແຂ່ງຂັນ ຕ້ອນຮັບສິດເກົ່າ ຈາກສະໂມສອນ BIS.

 

 ສະໂມສອນບານເຕະພອນປະເສີດ ແຂວງ ອັດຕະປື ຈັດງານແຂ່ງຂັນກິລາເຕະບານຊາຍ ເດີ່ນນ້ອຍ 7 ຄົນ ຮຸ່ນອາຍຸ ບໍ່ເກີນ 15 ປີ, ຊິງຂັນລາງວັນປະທານສະໂມສອນ ຕ້ອນຮັບສິດເກົ່າ ສະໂມສອນ BIS ຈາກນະຄອນຫລວງວຽງຈັນ ໄລຍະພັກພາກຮຽນ. ເປັນການພົບປະສ້າງສັນ, ຮັດແໜ້ນຄວາມສາມັກຄີ, ແລກປ່ຽນບົດຮຽນ-ປະສົບການດ້ານກິລາ ເລັງໃສ່ເພື່ອກໍ່ສ້າງ, ສົ່ງເສີມເຍົາວະຊົນ, ຊາວໝຸ່ມ ຜູ້ທີ່ມີພອນສະຫວັນ, ມີຄວາມມັກຮັກໃນດ້ານກິລາປະເພດບານເຕະ ໃຫ້ກາຍເປັນນັກກິລາຮຸ່ນສືບທອດທີ່ດີເດັ່ນ, ມີຄຸນນພາບໃຫ້ກັບແຕ່ລະໂມສອນໃນທ້ອງຖິ່ນ, ກໍ່ຄື ໃຫ້ກັບວົງການກິລາແຂວງອັດຕະປື.
Picture2

ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026