ກິລາໝາກແລ້ ແຂວງ ອັດຕະປື ຜ່ານເຂົ້າຊິງຫຼຽນ 6 ລາຍການ ງານມະຫະກຳກິລານັກຮຽນ ທີ VII 2024.

 ທັບນັກກິລາໝາກແລ້ ແຂວງ ອັດຕະປື ຜ່ານເຂົ້າຮອບ4 ທີມ ຫລື ຮອບຊິງຫຼຽນແລ້ວ 6 ລາຍການ, ລໍລຸ້ນອີກ 1 ລາຍການທີ່ຈະຜ່ານຮອບຄັດເລືອກ, 5 ລາຍການ ບໍ່ສາມາດຜ່ານຮອບຄັດເລືອກ, ຫລັງລົງແຂ່ງຂັນ ຄົບ ທັງ 12 ລາຍການ ໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງ ສາລະວັນ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 13-22 ທັນວາ 2024.85

ການແຂ່ງຂັນກິລາປະເພດໝາກແລ້ ໄດ້ເປີດການແຂ່ງຂັນຢ່າງເປັນທາງການ ໃນວັນທີ 17 ທັນວາ ນີ້ ທີ່ໂຮງຮຽນມັດທະຍົມສົມບູນ ອົງແກ້ວ, ເມືອງ ສາລະວັນ, ແຂວງ ສາລະວັນ, ໂດຍຈັດໃຫ້ມີການແຂ່ງຂັນທັງໝົດ 12 ລາຍການ, ຍິງ 6 ລາຍການ, ຊາຍ 6 ລາຍການ, ມີການຊິງຫຼຽນ ທັງໝົດ 12 ຫຼຽນຄໍາ, 12 ຫຼຽນເງິນ ແລະ 12 ຫຼຽນທອງ, ມີ 14 ພາກສ່ວນເຂົ້າຮ່ວມ, ແຂວງ ອັດຕະປື ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຄົບ 12 ລາຍການ ຕັ້ງເປົ້າ 6 ຫຼຽນ, ມີ 1 ຫຼຽນ ທອງ, 2 ຫຼຽນເງິນ ແລະ 3 ຫຼຽນຄໍາ, ໄລຍະການແຂ່ງຂັນ ວັນທີ 17-21 ທັນວາ 2024 ຈຶ່ງສໍາເລັດ,
ການແຂ່ງຂັນ ໃນວັນທີ 17-19 ທັນວາ ແຂວງອັດຕະປື ມີ 6 ລາຍການທີ່ເຮັດໄດ້ດີ ສາມາດຜ່ານເຂົ້າຮອບ 4 ທີມ ຫລື ຮອບຊິງຫຼຽນໄດ້ ໃນນັ້ນ ມີ 2 ທ່າ ທີມຍິງ, 10 ທ່ານ ທີມຊາຍ, 2 ທ່າ ຄູ່ຍິງ, 2 ທ່າ ຄູ່ຊາຍ, 10 ທ່າ ຄູ່ຍິງ ແລະ 10 ທ່າ ຄູ່ຊາຍ ແລະ ຍັງລໍລຸ້ນອີກ 1 ລາຍການ ຄື ລາຍການ ດ່ຽວຍິງ 2 ທ່າ ທີ່ຍັງໃນຮອບຄັດເລືອກ ວ່າຈະສາມາດຜ່ານຮອບຄັດເລືອກ ເຂົ້າໄປໃນຮອບຊິງຫຼຽນໄດ້ຫຼືບໍ່ ນັ້ນຄື: ລາຍການ 2 ທ່ານ ດ່ຽວຍິງ; ສ່ວນ 5 ມີ ທີມຍິງ 10 ທ່າ, ດ່ຽວຊາຍ 10 ທ່າ, ດ່ຽວຍິງ 10 ທ່າ, ທີມຊາຍ 2 ທ່າ ແລະ ດ່ຽວຊາຍ 2 ທ່າ ນັກກິລາເຮັດດີສຸດ ແຕ່ຄວາມເກັ່ງບໍ່ພໍ ແຕ່ບໍ່ສາມາດ ຜ່ານເຂົ້າໄປໃນຮອບຊິງຫຼຽນໄດ້.
ສໍາລັບການແຂ່ງຂັນ ຮອບຊິງຫຼຽນ ຈະມີຂື້ນໃນວັນທີ 20-21 ທັນວານີ້ ທີ່ເດີ່ນແຂ່ງຂັນກິລາ ໂຮງຮຽນມັດທະຍົມສົມບູນ ອົງແກ້ວ.

84
86
87
88
90

89


ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026