ທັບນັກເຕະບານຊາຍ ແຂວງ ອັດຕະປື ວາງແຜນເກມການຫຼີ້ນມາດີ ບຽດແຊງຊະນະ ດັບຝັນທັບນັກເຕະບານຊາຍ ແຂວງ ຄໍາມ່ວນ 3-2 ປະຕູ ຮອບຮອງຊະນະເລີດ ເຂົ້າຊິງຫຼຽນຄໍາ ໄດ້ຕາມຄາດ ງານມະຫາກໍາກິລາ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII. 2024 ທີ່ແຂວງ ສາລະວັນ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງ ວັນທີ 13-22 ທັນວາ 2024ນີ້.
ການແຂ່ງຂັນຮອບຮອງຊະນະເລີດ ລະຫວ່າງ ອັດຕະປື- ຄໍາມ່ວນ ນັດນີ້ ໄດ້ມີຂື້ນໃນຕອນບ່າຍ ຂອງວັນທີ 19 ທັນວາ 2024 ນີ້ ທີ່ເດີ່ນກິລາເຕະບານ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ສາລະວັນ, ການແຂ່ງຂັນໃນນັດນີ້ ເຄິ່ງເວລາທີ 1; 10ນາທີ ອັດຕະປື ໄດ້ປະຕູຂຶ້ນນຳກ່ອນ ຈາກ ທ້າວ ເພັດມີໄຊ ວໍວົງຈິດ ໝາຍເລກ 10 ຫລັງຈາກນັ້ນ ຄຳມ່ວນ ໄລ່ນໍາໄດ້ປະຕູຕີສະເຫມີ ຈາກ ທ້າວ ນາຍທະການ ບົວວົງ ໝາຍເລກ 20ໃນນາທີ 25' ຈົບເຄິ່ງເວລາທີ 1 ອັດຕະປື - ຄໍາມ່ວນ ສະເຫມີກັນ 1-1, ມາເຄິ່ງເວລາທີ 2 ຄຳມ່ວນ ໄດ້ປະຕູຂຶ້ນນຳ ຈາກການສັງຫານລູກໂທດຂອງ ທ້າວ ລັດຕະສາດ ຂຸນຍຸລາດ ໝາຍເລກ 8 ໃນນາທີ 54', ແຕ່ຖືກ ອັດຕະປື ໄລ່ຕີສະເໝີໄດ້ ຈາກທ້າວ ຄາມິນ ທຸລະເມຍ ໝາຍເລກ 18 ໃນນາທີ 70' , ທົດເວລາ 4' ອັດຕະປື ສາມາດດັບຝັນ ຄໍາມ່ວນໄດ້ສໍາເລັດ ຈາກການຍິງລູກສັງຫານ ຂອງທ້າວ ທັກສິດ ສຸກດາວົງ ນາທີ 90+2', ຈົບເກມ ອັດຕະປື ເອົາຊະນະ ຄຳມ່ວນ 3-2.




