ທັບນັກກິລາໝາກເສິກ ແຂວງ ອັດຕະປື ອັດຕະປື ສ້າງຜົນງານສາມາດຄວ້າໄດ້ 1 ຫຼຽນ ເງິນ ແລະ 1 ຫຼຽນທອງ ລວມ 2 ຫຼຽນ ໃນງານມະຫາກຳກິລານັກຮຽນນັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII, 2024 ທີ່ແຂວງ ສາລະວັນ ໄດຮັບກຽດເປັນເຈົ້າພາບ ໃນລະຫວ່າງ ວັນທີ 13-22 ທັນວາ 2024ນີ້
ໃນນັ້ນ 1 ຫຼຽນເງິນ ໄດ້ຈາກລາຍການ ດ່ຽວຊາຍ Rapid 10 ນາທີ, ເປັນຜົນງານຂອງທ້າວ ຄໍາເປນ ເຕີຍຊໍາຫຼວງ ໂຮງຮຽນ ມ.ສ ນໍ້າປາ ເມືອງ ຊານໄຊ, 1 ຫຼຽນທອງ ລາຍການທີມຊາຍ Bliz 5 ນາທີ ຜົນງານຂອງ ທ້າວ ບຸນໄທ ຄໍາມະນີວົງ , ທ້າວ ຄໍາເປນ ເຕີຍຊໍາຫຼວງ, ທ້າວ ອອນສີ ແກ້ວບົວພາດ ແລະ ທ້າວ ສິນນະຄອນ ແກ້ວບົວພາດ ນັກກິລາຈາກ ໂຮງຮຽນ ມ.ສ ນໍ້າປາ, ເມືອງຊານໄຊ.
ການແຂ່ງຂັນກິລາດັ່ງກ່າວ ໄດ້ເປີດການແຂ່ງຂັນກິລາຢ່າງເປັນທາງການ ໃນວັນທີ 16 – 19 ທັນວາ 2024ນີ້ ທີ່ ສູນການສຶກສານອກໂຮງຮຽນ ແຂວງ ສາລະວັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ວັດທະນາ ໝັ້ນວິໄລ , ປະທານສະຫະພັນກິລາໝາກເສິກ ແຂວງສາລະວັນ, ມີ ທ່ານ ອິນທະຫວາ ວິລາວັນ ຮອງປະທານສະຫະພັນກິລາໝາກເສິກແຫ່ງຊາດ, ເລຂາສະຫະພັນກິລາໝາກເສິກອາຊຽນ, ມີນັກກິລາ, ຄູຝຶກ ແລະ ຄະນະກຳມະການຕັດສິນການແຂ່ງຂັນເຂົ້າຮ່ວມ, ມີ 9 ລາຍການແຂ່ງຂັນ ແລະ ມີ 9 ພາກສ່ວນເຂົ້າຮ່ວມຄື: ນະຄອນຫຼວງວຽງຈັນ ສົ່ງເຂົ້າແຂ່ງຂັນ 9 ລາຍການ, ຫຼວງພະບາງ 9 ລາຍການ, ອຸດົມໄຊ 7 ລາຍການ, ບໍລິຄໍາໄຊ 7 ລາຍການ, ຄໍາມ່ວນ 5 ລາຍການ, ໄຊສົມບູນ 4 ລາຍການ, ຈໍາປາສັກ 9 ລາຍການ, ສາລະວັນເຈົ້າພາບ 9 ລາຍການ, ສໍາລັບແຂວງ ອັດຕະປື ສົ່ງເຂົ້າແຂ່ງຂັນ 8 ລາຍການ, ມີນັກກິລາເຂົ້າຮ່ວມແຂ່ງຂັນ 80 ກວ່າຄົນ.




