ທັບນັກກິລາປະເພດໜ້າເກັກ ແຂວງ ອັດຕະປື ສ້າງຜົນງານຄ້ວາ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 6 ຫຼຽນ ໃນງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ ຄັ້ງທີ VII. ປີ 2024 ທີ່ແຂວງ ສາລະວັນໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງ ທີ 13-22 ທັນວາ 2024ນີ້.
ຈາກການສະຫຼຸບຜົນການແຂ່ງຂັນ ກິລາປະເພດໜ້າເກັກ ຫລັງສໍາເລັດການແຂ່ງຂັນ ໃນວັນທີ 18 ທັນວາ 2024 ນີ້ ທີ່ສະໂມສອນໂຮງຮຽນ ສາມັນກິິນນອນຊົນເຜົ່າ ແຂວງສາລະວັນ, ມີທັງໝົດ 16 ພາກສ່ວນເຂົ້າຮ່ວມ, ການແຂ່ງຂັນທັງໝົດ 12 ລາຍການ, ຊາຍ 6 ລາຍການ ແລະ ຍິງ 6 ລາຍການ ຄື: ດ່ຽວຍິງ-ດ່ຽວຊາຍ; ຄູ່ຍິງ-ຄູ່ຊາຍ ແລະ ທີມຍິງ-ທີມຊາຍ ໄລຍະຍິງ ມີ 10 ແມັດ, 15 ແມັດ ແລະ ໄລຍະ 20 ແມັດ ໃນທ່ານັ່ງ ແລະ ທ່າຢືນ.
ກິລາປະເພດດັ່ງກ່າວ ແຂວງ ອັດຕະປື ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 6 ລາຍການ ໂດຍແມ່ນນັກກິລາຈາກໂຮງຮຽນ ມ.ສ ຈະເລີນສຸກ, ເມືອງສາມັກຄີໄຊ ທັງໝົດ.


ຜ່ານການແຂ່ງຂັນ ນັກກິລາໜ້າເກັກ ແຂວງ ອັດຕະປື ສາມາດ ຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 6 ຫຼຽນ; 1 ຫຼຽນຄໍາ ໄດ້ຈາກ ລາຍການ ດ່ຽວ 15 ແມັດ ຊາຍ, ເປັນຜົນງານຂອງ ທ້າວ ພະຄານ ຈັນທະພອນ ;
2 ຫຼຽນເງິນໄດ້ຈາກລາຍການ ດ່ຽວ 20 ແມັດຊາຍ 1 ຫຼຽນ ເປັນຜົນງານຂອງ ທ້າວ ໄອດິນ ສຸວັນນີ ແລະ ລາຍການຄູ່ 15 ແມັດ ຍິງ 1 ຫຼຽນ, ເປັນຜົນງານຂອງ ນາງ ພຸດໄມ ນໍລະສິນ ແລະ ນາງ ປຸ້ຍມະນີ ແກ້ວປັນຍາ.
3 ຫຼຽນທອງ ໄດ້ຈາກລາຍການ ດ່ຽວ 15 ແມັດ ຍິງ 1 ຫຼຽນ ເປັນຜົນງານຂອງ ນາງ ພຸດໄມ ນໍລະສິນ;ໄດ້ຈາກລາຍການ ຄູ່ 20 ແມັດ ຊາຍ 1 ຫຼຽນ ເປັນຜົນງານຂອງ ທ້າວ ພະຄານ ຈັນທະພອນ ແລະ ທ້າວ ໄອດິນ ສຸວັນນີ, ແລະ ໄດ້ຈາກ ລາຍການ ທີມ 15 ແມັດ ຍິງ ອີກ 1 ຫຼຽນ ເປັນຜົນງານຂອງ ນາງ ປຸ້ຍມະນີ ແກ້ວປັນຍາ, ນາງ ສຸກອິນພອນ ສີແລອິນວຽງໂວງ ແລະ ນາງ ພຸດນາລີ ນິນວົງສັກ .














