ບໍລິສັດ ນໍ້າດື່ມແຮ່ທາດ ມິນິໂຣ ແຂວງສາລະວັນ ອຸປະຖໍນໍ້າດື່ມ ໃຫ້ຄະນະນັກກິລາແຂວງ ອັດຕະປື ມູນຄ່າ 2,5 ລ້ານກີບ.



 ບໍລິສັດ ນໍ້າດື່ມແຮ່ທາດ ມິນິໂຣ ແຂວງສາລະວັນ ອຸປະຖໍານໍ້າດື່ມ ແຮ່ທາດ ມິນິໂຣ ໃຫ້ຄະນະນັກກິລາແຂວງ ອັດຕະປື ຈໍານວນ 50 ແພັກ ລວມມູນຄ່າ 2,5 ລ້ານກີບ, ເປັນການອຸປະຖໍາ ແລະ ຊຸກຍູ້ສົ່ງເສີມ ທັບນັກກິລາ ແຂວງ ອັດຕະປື ໃນການເຂົ້າຮ່ວມແຂ່ງຂັນ ງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII. 2024 ທີ່ແຂວງ ສາລະວັນ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນ 13-22 ທັນວາ 2024ນີ້.

ພິທີມອບ-ຮັບ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ນີ້ ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນ ແຂວງ ສາລະວັນ, ເປັນກຽດຕາງໜ້າບໍລິສັດ ນໍ້າດື່ມແຮ່ທາດ ມິນິໂຣ ແຂວງສາລະວັນ ກ່າວມອບ ໂດຍ ທ່ານ ນາງ ວຽງດາລາ ສີຫາລາດ ຕົວແທນ ນໍ້າດື່ມແຮ່ທາດ ມິນິໂຣ ແຂວງສາລະວັນ. ກ່າວຮັບໂດຍ ທ່ານ ພົງສະວັນ ຄໍາສົງກາ ຮອງຫົວໜ້າພະແນກສອກສາທິການ ແລະ ກິລາ ແຂວງ ອັດຕະປື, ຄະນະຮັບຜິດຊອບຊີ້ນໍາລວມ ຄະນະນັກກິລາແຂວງ ອັດຕະປື, ມີ ຄະນະສະຫະພັນ ກິລາບານສົ່ງ, ຄູເຝີກ ແລະ ນັກກິລາເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ພົງສະຫວັນ ຄໍາສົງກາ ກ່າວສະແດງຄວາມຂອບໃຈ ຕໍ່ບໍລິສັດ ນໍ້າດື່ມແຮ່ທາດ ມິນິໂຣ ແຂວງສາລະວັນ ທີ່ໄດ້ໃຫ້ການອຸປະຄະນະນັກກິລາແຂວງ ອັດຕະປືໃນຄັ້ງນີ້ ແລະ ສໍາລັບນໍ້າດື່ມທີ່ໄດ້ຮັບການອຸປະຖໍາໃນຄັ້ງນີ້ ທາງຄະນະຊີ້ນໍາ ຈະໄດ້ຈັດແບ່ງປັນໃຫ້ກັບຄະນະສະຫະພັນກິລາ ຂອງແຂວງ ອັດຕະປື ທຸກສະຫະພັນທີ່ໄດ້ເຂົ້າຮ່ວມງານຄັ້ງນີ້ ຢ່າງທົ່ວເຖິງ ຕາມເຈດຈໍານົງການມອບ.

57
58

ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026