ແຂວງ ອັດຕະປື ຄວ້າໄດ້ ແລ້ວ 2 ຫຼຽນທອງໃນງານມະຫາກໍາກິລານັກຮຽນ ທີ່ແຂວງ ສາລະວັນ.

 

 ທັບນັກກິລາ ນັກກິລາ ແຂວງ ອັດຕະປື ສາມາດສ້າງຜົນງານ ຄ້ວາໄດ້ແລ້ວ 2 ຫຼຽນທອງ ໃຫ້ກັບ ພີ່ນ້ອງຊາວແຂວງ ອັດຕະປື ໃນງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII. ປີ 2024 ທີ່ແຂວງ ສາລະວັນໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງ ທີ 13-22 ທັນວາ 2024, ຂະນະທີ່ການເຂົ້າຮ່ວມງານແຂ່ງຂັນໃນຄັ້ງນີ້ ແຂວງ ອັດຕະປື ຄັ້ງເປົ້າຢ່າງໜ້ອຍ ຄວ້າໃຫ້ໄດ້ 3 ຫຼຽນຄໍາ, 4 ຫຼຽນເງິນ ແລະ 5 ຫຼຽນທອງ ໃນຈໍານວນ 9 ປະເພດກິລາ 59 ລາຍການແຂ່ງຂັນທີ່ສົ່ງເຂົ້າຮ່ວມແຂ່ງຂັນ. 

- 2 ຫຼຽນທອງ ທີ່ສາມາດຍາດມາໄດ້ນັ້ນ 

46        

       


         ໄດ້ຈາກກິລາເປຕັງ, 1 ຫຼຽນ ໃນລາຍການ ດ່ຽວຍິງ, ເປັນຜົນງານຂອງ

                      ນາງ ຫັນ ແກ້ວບຸນເພັດນັກຮຽນ ໂຮງຮຽນ

                                 ສາມັນກິນນອນຊົນເຜົ່າ




















ອີກ 1 ຫຼຽນທອງ ໄດ້ຈາກ ກິລາ ດອກປີກໄກ່ ໃນລາຍການ ທີມປະສົມ ເປັນຜົນງານຂອງ ທ້າວ ນັນທະສັກ ແກ້ວຫາວົງ ໂຮງຮຽນ ວຽງສະຫວັນ, ນາງ ທິດາສະຫວັນ ຈະເລີນສຸກ ໂຮງຮຽນ ມ.ສ ຈັນທາ, ທ້າວ ທິລະເດດ ອຸປະລາດ ໂຮງຮຽນ ທິບພະເນດ, ນາງ ໃຈປະເສີດ ໂຄດສຸວັນ ໂຮງຮຽນ ວຽງສະຫວັນ, ທ້າວ ວິລະປັນຍາ ພົມມະຈັນ ໂຮງຮຽນ ທິບພະເນດ, ທ້າວ ປາລະມີ ກວານເມືອງແສນ ໂຮງຮຽນ ວຽງສະຫວັນ ແລະ ນາງ ດວງກາມົນ ບົວຕິກ ໂຮງຮຽນ ວຽງສະຫວັນ.

50
51

ສ່ວນກິລາ ປະເພດອື່ນໆ ທັງ 9 ປະເພດກິລາ ທີ່ສົ່ງເຂົ້າຮ່ວມ ຄື: ແລ່ນ-ລານ, ບານເຕະ ຊາຍ-ຍິງ, ບານສົ່ງໃນຮົ່ມ-ຫາດຊາຍ , ກະຕໍ້, ດອກປີກໄກ່, ເປຕັງ, ໜ້າເກັກ; ໝາກເສິກ ແລະ ໝາກແລ້ ແມ່ນຍັງຢູ່ໄລຍະການແຂ່ງຂັນບໍ່ທັນສຳເລັດ,
ສໍາລັບປະເພດບານເຕະຊາຍ ແມ່ນຜ່ານເຂົ້າຮອບ 8 ທີມແລ້ວ ແລະ ຈະລົງແຂ່ງຂັນ ໃນຮອບ 8 ທີມ ອັດຕະປື ພົບກັບ ຫລວງພະບາງ ໃນວັນທີ 17 ທັນວາ 2024 ເວລາ 13:00 ໂມງ ທີ່ເດີ່ນກິລາບານເຕະ ໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງ ສາລະວັນ.
ສ່ວນກິລາໜ້າເກັກ ແມ່ນໄດ້ເຂົ້າຮອງຊະນະເລີດ ຊິງຫຼຽນຄໍາ ແລ້ວ 2 ຄື: ລາຍການ 15 ແມັດ ດ່ຽວຊາຍ ທ້າວ ພະຄານ ຈັນທະພອນ ໂຮງຮຽນ ມ.ສ ຈະເລີນສຸກ ຈະພົບກັບ ນັກກິລາ ແຂວງ ຊຽງຂວາງ ແລະ ລາຍການດ່ຽວຊາຍ 20 ແມັດ ທ້າວ ໄອດິນ ສຸວັນນີ ໂຮງຮຽນ ມ.ສ ຈະເລີນສຸກ ຈະພົບກັບ ນັກກິລາ ແຂວງ ຊຽງຂວາງ. ທັງ 2 ລາຍ ລົງແຂ່ງຂັນ ໃນວັນທີ 17 ທັນວາ 2024 ນີ້.

48
5253

54

55

56




ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026