ແຂວງ ອັດຕະປື ໄດ້ສົ່ງຄະນະນໍາ, ຄູເຝີກ ແລະ ນັກກິລາເຂົ້າຮ່ວມງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ຈໍານວນ 222 ຄົນ.



 ງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງ ສາລະວັນ ໄດ້ຮັບກຽດເປັນເຈົ້າພາບ ເຊີ່ງໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 13 ທັນວາ 2024 ຊຶ່ງກົງກັບວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 104 ປີ ທີ່ສະໜາມກິລາໃໝ່ຂອງແຂວງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ທັງເປັນປະທານຈັດງານ ສາລະວັນ ເກມ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຮ່ວມຈັດງານ ສາລະວັນ ເກມ ພ້ອມດ້ວຍການນໍາຂັ້ນສູງກາງ ແລະ ທ້ອງຖິ່ນ ຕະຫຼອດຮອດແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ ກໍຄືຊາວແຂວງສາລະວັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ງານມະຫາກໍາກິລາດັ່ງກ່າວ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 2.595 ຄົນ, ຄະນະນຳ 93 ທ່ານ, ກອງເລຂາ ແລະ ເຈົ້າໜ້າທີ່ຕິດຕາມ 198 ຄົນ, ຄູຝຶກ 434 ຄົນ, ຄະນະສະຫະພັນ 168 ຄົນ ແລະ ອື່ນໆ ລວມແລ້ວ ມີຜູ້ເຂົ້າຮ່ວມຈາກຕ່າງແຂວງ ແລະ ສູນກາງ ປະມານ 4.023 ຄົນ. ຊຶ່ງມີການແຂ່ງຂັນທັງໝົດ 12 ປະເພດກິລາ ຄື: ກິລາແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງໃນຮົ່ມ-ຫາດຊາຍ, ກະຕໍ້, ດອກປີກໄກ່, ປິ່ງປ່ອງ, ເປຕັງ, ໝາກແລ້, ໜ້າເກັກ, ເທຄວັນໂດ ແລະ ກິລາໝາກເສິກ ໂດຍຈະມີການຊີງໄຊກັນທັງໝົດ 452 ຫຼຽນ ໃນນີ້ແບ່ງເປັນ 134 ຫຼຽນຄໍາ, 134 ຫຼຽນເງິນ ແລະ 184 ຫຼຽນທອງ, ໄລຍະການແຂ່ງຂັນ ກໍານົດການແຂ່ງຂັນທີ 9 -23 ທັນວາ 2024 ມີຄະນະນັກກິລາ 17 ແຂວງ ແລະ ນະຄອນຫຼວງເຂົ້າຮ່ວມແຂ່ງຂັນ, ສະເພາະ ແຂວງ ອັດຕະປື ໄດ້ສົ່ງຄະນະນໍາ, ຄູເຝີກ ແລະ ນັກກິລາເຂົ້າຮ່ວມ ທັງໝົດ 222 ຄົນ, ຍິງ 70 ຄົນ, ສະເພາະນັກກິລາ ທີ່ສົ່ງເຂົ້າຮ່ວມແຂ່ງຂັນຊິງໄຊ ມີ 9 ປະເພດ, 59 ລາຍການ ຄື: ແລ່ນ-ລານ 4 ລາຍການ, ບານເຕະ 2 ລາຍການ, ບານສົ່ງໃນຮົ່ມ-ຫາດຊາຍ 3 ລາຍການ, ກະຕໍ້ 4 ລາຍການ, ດອກປີກໄກ່ 6 ລາຍການ, ເປຕັງ 9 ລາຍການ, ໝາກແລ້ 12 ລາຍການ, ໜ້າເກັກ 10 ລາຍການ, ແລະ ໝາກເສິກ 10ລາຍການ; ໃນ ຈໍານວນ 9 ປະເພດ ກິລາ 59 ລາຍການ ແຂວງ ອັດຕະປື ຕັ້ງເປົ້າ ຍາດໃຫ້ໄດ້ 3 ຫຼຽນຄໍາ, 4 ຫຼຽນເງິນ ແລະ 5 ຫຼຽນທອງ.
32
34

ໃນພິທີ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ທັງເປັນປະທານຈັດງານ ກໍໄດ້ກ່າວຕ້ອນຮັບ ແລະ ລາຍງານຕໍ່ພິທີ ວ່າ: ການຈັດງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ມີກຳນົດຈັດຂຶ້ນທຸກໆ 3 ປີ ຊຶ່ງແຂວງສາລະວັນ ໄດ້ຮັບທຸງເປັນເຈົ້າພາບງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຖັດຈາກແຂວງບໍລິຄໍາໄຊ ໃນປີ 2017, ຕາມກໍານົດໝາຍແລ້ວ ແມ່ນຈະຈັດຂຶ້ນໃນປີ 2020 ແຕ່ເນື່ອງຈາກປະເທດຂອງພວກເຮົາໄດ້ພົບກັບຫຼາຍວິກິດດ້ານເສດຖະກິດ ທີ່ສົ່ງຜົນກະທົບຕໍ່ການກໍ່ສ້າງສະໜາມເປີດ-ປິດ, ການປັບປຸງພື້ນຖານໂຄງລ່າງສະໜາມແຂ່ງຂັນປະເພດຕ່າງໆ



ບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຈຶ່ງເຮັດໃຫ້ບໍ່ສາມາດຈັດການແຂ່ງຂັນຕາມແຜນການທີ່ກໍານົດໄວ້. ແຕ່ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນໃນການສົ່ງເສີມ ແລະ ການພັດທະນາຄວາມສາມາດໃນການຫຼິ້ນກິລາ ແລະ ພັດທະນາທັກສະ-ພອນສະຫວັນຂອງນັກຮຽນສາຍສາມັນສຶກສາ ໃຫ້ຂະບວນການແຂ່ງຂັນກິລາຕາມ 5 ຫຼັກມູນການສຶກສາແຫ່ງຊາດ ແນໃສ່ສົ່ງເສີມການຮັກສາສຸຂະພາບ ແລະ ຕິດພັນກັບການສະກັດກັ້ນບັນຫາຢາເສບຕິດໃຫ້ຫ່າງໄກຈາກຊາວໜຸ່ມ-ເຍົາວະຊົນ, ເປັນການສ້າງນັກກິລາຮຸ່ນສືບທອດໃຫ້ທີມຊາດໃນອະນາຄົດ. ສະນັ້ນ, ລັດຖະບານ ເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວ ຈຶ່ງຕົກລົງເຫັນດີອະນຸມັດໃຫ້ແຂວງສາລະວັນ ເປັນເຈົ້າພາບຈັດງານແຂ່ງຂັນກິລາໃນຄັ້ງນີ້ ໂດຍມອບໝາຍໃຫ້ແຂວງສາລະວັນ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການໃນການກະກຽມຄວາມພ້ອມຮອບດ້ານ ແລະ ຈັດການແຂ່ງຂັນໃຫ້ມີຜົນສຳເລັດໃນປີ 2024.

36
37
39
40
41
44
43
42

ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026