ໂຮງຮຽນ ສາມັນກິນນອນຊົນເຜົ່າ ໄຂສົກຮຽນໃໝ່ ສົກຮຽນ 2024-2025.

 


8
ໂຮງຮຽນສາມັນ ກີິນນອນຊົນເຜົ່າ ແຂວງ ອັດຕະປື ຈັດພິທີໄຂສົກຮຽນໃໝ່ ປະຈໍາສົກຮຽນ 2024-2025 ສະຫລຸບຜົນການຈັດຕັ້ງປະຕິບັດແຜນພັດທະນາໂຮງຮຽນ ໃນ 1 ສົກຮຽນ 2023-2024 ຜ່ານມາ, ພ້ອມວາງທິດທາງແຜນວຽກ ສືບຕໍ່ພັດທະນາໂຮງຮຽນ ປະຈໍາສົກຮຽນ 2024-2025 ໂດຍ ໃສ່ຍົກສູງຄຸນນະພາບການຮຽນ- ການສອນ ຂອງຄູ-ອາຈານ ແລະ ນ້ອງໆນັກຮຽນ ໃຫ້ມີປະສິດທິພາບ ແລະ ໃຫ້ໄດ້ຮັບຄຸນນະພາບສູງຂື້ນກວ່າເກົ່າ.
ພິທີ ການໄຂສົກຮຽນດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 20 ກັນຍາ 2024 ນີ້ ທີ່ໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງ ອັດຕະປື, ໂດຍພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວໄຂສົກຮຽນໃໝ່ ຂອງທ່ານ ກໍລະກັນ ສົມພັກດີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີ ທ່ານ ໄມແສງ ດວງສີ ຮັກສາການ ຜູ້ອໍານວຍການໂຮງຮຽນ ສາມັນກິນນອນຊົນເຜົ່າ, ພ້ອມຄະນະ, ອໍານາດການປົກຄອງບ້ານ, ແຂກທີ່ຖືກເຊີນ, ຄູ-ອາຈານ ແລະ ນ້ອງໆນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມຢ່າງຄົບຖ້ວນ.
9


    ໃນພິທີ ທ່ານ ໄມແສງ ດວງດີ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດ

               ແຜນພັດທະນາໂຮງຮຽນ ໄລpະ 1 ສົກຮຽນຜ່ານມາ











3
4
5
8
10
6
















ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026