ສກຂ ອັດຕະປື ເປີດກອງປະຊຸມວິຊາການ ວີໄຈສະພາບການສຶກສາ ແລະ ກິລາ ຂັ້ນແຂວງ ປະຈໍາສົກຮຽນ 2023-2024.

 

 ໃນ 2 ສົກຮຽນ ຜ່ານມາ 2022-2023 ແລະ 2023-2024 ນີ້ ການຈັດຕັ້ງປະຕິບັດ ໃນ 15 ຄາດໝາຍ ໃນຂະແໜງການສຶກສາ ແລະ ກິລາ ມະຕິສະພາໄດ້ຮັບຮອງນັ້ນ ແຂວງ ອັດຕະປື ມີ 9 ຄາດ-ໝາຍທີ່ສາມາດບັນລຸໄດ້ຕາມແຜນ; ມີ 6 ຄາດໝາຍທີ່ບໍ່ສາມາດບັນລຸໄດ້ຕາມແຜນ, ແຕ່ມີທ່າອ່ຽງດີຂື້ນ, ບາງຄາດໝາຍມີທ່າອຽງຫຼຸດລົງໂດຍສະເພາະແມ່ນອັດຕາປະລະ ແລະ ອັດຕາຄ້າງຫ້ອງ.
ໃນຕອນເຊົ້າຂອງວັນທີ 1 ສິງຫາ 2024 ນີ້ ພະແນກສຶກສາທິການ ແລະ ກິລາ ແຂວງ ( ສກຂ ) ອັດຕະປື ໄດ້ເປີດກອງປະຊຸມ ວິຊາການ, ວິໄຈສະພາບການສຶກສາ ແລະ ກິລາຂັ້ນແຂວງ ປະຈໍາສົກຮຽນ 2023-2024 ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ກໍລະກັນ ສົມພັກດີ, ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ຂັ້ນແຂວງ, ຂັ້ນເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງການສຶກສາພາຍໃນພະແນກ, ຫົວໜ້າສູນການສຶກສາ 3 ສູນ, ຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບ, ຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາ ທັງພາກລັດ ແລະ ເອກະຊົນ ທີ່ຂື້ນກັບ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຄົບຖ້ວນ.
76
ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 08 ພະຈິກ 2024ນີ ນີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງ, ໂດຍໃນພາກເຊົ້າ ກອງປະຊຸມໄດ້ ດໍາເນີນການປະເມີນ ພະນັກງານລັດຖະກອນ ຂັ້ນຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ວິຊາການ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພັກ-ຄະນະພະແນກ ພ້ອມດ້ວຍພະນັກງານລັດຖະກອນບໍລິຫານທັງໝົດທີ່ຂື້ນກັບ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ
ສ່ວນພາກບ່າຍ ແມ່ນໄດ້ດໍາເນີນການປະເມີນຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຄໍາຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງ,
74ການປະເມີນຜົນການປະຕິບັດໜ້າທີ່ ຂອງ ພະນັກງານ-ລັດຖະກອນ ຄັ້ງນີ້ ແມ່ນອີງໃສ່ 3 ເນື້ອໃນມາດຕະຖານວັດແທກ ຄື: ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ; ດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ ແລະ ດ້ານຜົນສໍາເລັດ ໃນການປະຕິບັດຫນ້າທີ່ວຽກງານ, ເຊີ່ງ ຜົນຂອງການປະເມີນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນຄັ້ງນີ້ ແມ່ນຖືກນຳໃຊ້ເປັນຂໍ້ມູນບ່ອນອີງ ການປະຕິບັດນະໂຍບາຍການເລື່່ອນຂັ້ນ, ເລື່ອນຊັ້ນຂອງພະນັກງານ-ລັດຖະກອນ ແລະ ໃນການສ້າງແຜນກໍານົດ, ຄາດຄະເນຈໍານວນ, ລະດັບ ແລະ ຄຸນນະພາບຂອງພະນັກງານ-ລັດຖະກອນ ທີ່ຈະບັນຈຸເຂົ້າໃນ ຕໍາແຫນ່ງງານຕ່າງໆ ເພື່ອສ້າງໃຫ້ກາຍເປັນພະນັກງານສືບທອດ ຕາມຄວາມເຫມາະສົມ.

757778
18
19
21
13











ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026