ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ) ອັດຕະປື ປະກາດແຂ່ງຂັນກິລາ ຂໍ່ານັບຮັບ,ສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 30 ປີ( 7 ຕຸລາ 1994- 7 ຕຸລາ 2024) ສຳເລັດການແຂ່ງຂັນ ໄລຍະ 2 ແຕ່ວັນທີ 3-4 ຕຸລາ 2024 ນີ້ ທີ່ເຕັມໄປດ້ວຍບັນຍາກາດຄຶກຄື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສໍາຄັນຢ່າງເລິກເລິ່ກທາງດ້ານປະຫວັດຂະແໜງການສຶກສາຂອງຊາດດລາວ.

> ຜົນການແຂ່ງຂັນ ປະເພດບານສົ່ງ ທີມຊາຍ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 3 ທີມ
ຊະນະເລີດ: ໂຮງຮຽນ ສາມັນກິນນອນຊົນເຜົ່າ ໄດ້ຮັບຂັນ
1 ໜ່ວຍ ພ້ອມ ເງິນສົດ 2,000,000 ກີບ

ຮອງຊະນະເລີດ: ໂຮງຮຽນ ມ.ສ ຈັນທາ ໄດ້ຮັບ
ເງິນສົດ 1,500,000 ກີບ

ລາງວັນຊົມເຊີຍ: ໂຮງຮຽນ ມ.ສ ເສດຖາ ໄດ້ຮັບ
ເງິນສົດ 400,000 ກີບ.
>ປະເພດເປຕັງ: ທີມຊາຍ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 37 ທີມ:

ຊະນະເລີດ: ໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມແຂວງ
ໄດ້ຮັບ ຂັນ 1 ໜ່ວຍ ພ້ອມ ເງິນສົດ 1,000,000 ກີບ

ຮອງຊະນະເລີດ: ຫ້ອງການສຶກສາທິການ ແລະ ກິລາ ເມືອງ
ສະໜາມໄຊ ໄດ້ຮັບເງິນສົດ 800,000 ກີບ

ອັນດັບທີ 3: ໂຮງຮຽນ ມ.ສ ເສດຖາ ໄດ້ຮັບ
ເງິນສົດ 600,000 ກີບ

ອັນດັບທີ 4 ລາງວັນຊົມເຊີຍ ຫ້ອງການສຶກສາທິການ ແລະ ກິລາ
ເມືອງ ໄຊເສດຖາ ໄດ້ຮັບເງິນສົດ 200,000 ກີບ.
>ເປຕັງທີມຍິງ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 26 ທີມ

ຊະນະເລີດ: ໂຮງຮຽນ ມ.ສ ເສດຖາ ໄດ້ຮັບຂັນ 1 ໜ່ວຍ
ພ້ອມເງິນສົດ 1,000,000 ກີບ

ຮອງຊະນະເລີດ: ຫ້ອງການສຶກສາທິການ ແລະ ກິລາ
ເມືອງ ໄຊເສດຖາ ໄດ້ຮັບເງິນສົດ 800,000 ກີບ

ອັນດັບທີ 3: ໂຮງຮຽນ ມ.ສ ສະໜາມໄຊໄດ້ຮັບ
ເງິນສົດ 600,000 ກີບ
ອັນດັບທີ 4 ລາງວັນຊົມເຊີຍ ມ.ສ ພະເມືອງ. ໄດ້ຮັບ
ເງິນສົດ 200,000 ກີບ.
