ເນື່ອງໃນວາລະໂອກາດ ວັນຄູແຫ່ງຊາດທີ 7 ຕຸລາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 30 ປີ ປີນີ້ ( 7 ຕຸລາ 1994-7 ຕຸລາ 2023), ຍພາຍໃຕ້ການເຂົ້າຮວ່ມ ແລະ ກ່າວເປີດພິທີ ຂອງທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ຄະນະການນຳຂະເແໜງການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ, ພ້ອມດ້ວຍຄູເຝີກ ແລະ ນັກກິລາ ຈາກຫລາຍພາກສ່ວນ ເຂົ້າຮ່ວມ. 
ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື ໄດ້ຈັດງານແຂ່ງຂັນກິລາ ຄື: ປະເພດ ບານສົ່ງ ແລະ ເປຕັງ ຊິງຂັນ ແລະ ເງິນລາງວັນ ຂອງທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ເພື່ອເປັນການສ້າງຂະບວນການ ສະເຫຼີມສະຫຼອງ ວັນຄູແຫ່ງຊາດ ທີ 7 ຕຸລາ ປີນີ້ ໃຫ້ເປັນຂະບວນການຄຶກຄື້ນ ແລະ ເຕັມຄວາມໝາຍ ຄວາມສໍາຄັນທາງດ້ານປະຫວັດສາດຢ່າງເລິກເຊີ່ງ, ເປັນການເຊີດຊູບົດບາດ ແລະ ນໍ້າໃຈເສຍສະຫຼະ ທີ່ສູງຊົ່ງຂອງ ນາຍຄູ ຄໍາ, ຜູ້ເປັນຄູ ຄົນທໍາອິດຂອງຊາດລາວ, ເປັນການປູກຈິດສໍານຶກ ໃຫ້ອະນຸຊົນ ຄົນຮຸ່ນຫລັງໄດ້ຮັບຮູ້,ເຂົ້າໃຈ ແລະ ພ້ອມຮັກສາ, ສຶບທອດມູນເຊື້ອວັນປະຫວັດສາດດັ່ງກ່າວໃຫ້ຍືນຍົງ.
ໃນພິທີ ທ່ານ ສົມຈິດ ແສງກະເລົາ ຮອງຫົວໜ້າຂະແໜງ ກິລາ-ກາຍະກໍາ ແລະ ສີລະປະ ໄດ້ໃຫ້ຮູ້ວ່າ: ງານການແຂ່ງຂັນກິລາສະເຫຼີມສະຫຼອງ ວັນຄູແຫ່ງຊາດຂອງຄັ້ງນີ້ ໄດ້ຈັດໃຫ້ມີການແຂ່ງຂັນ ກິລາ 2 ປະເພດ ຄື: ກິລາ ບານສົ່ງນັກຮຽນ ແລະ ເປຕັງ ພະນັງານຂະແໜງການສຶກສາ ຊິງຂັນ ແລະ ເງິນລາງວັນຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ.
ປະເພດບານສົ່ງນັກຮຽນ ທີນັກກິລາເຂົ້າຮ່ວມທັງໝົດ 5 ທີມ, ຍິງ 2 ທີມ, ການແຂ່ງຂັນ ຈັດເປັນ 2 ລາຍການ ທີມຍິງ ແລະ ທີມຊາຍ, ພົບກັນໝົດທຸກທີມ ນັບເອົາຄະແນນ, ທີມທີ່ ມີຄະແນນຫຼາຍສຸດ ເປັນທີມຊະນະເລີດ; ສ່ວນປະເພດກິລາ ເປຕັງ ມີທີມນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 57 ທີມ, ຍິງ 23 ທີມ, ການແຂ່ງຂັນຈັດເປັນ 2 ລາຍ ຄື: ທີມຊາຍ ແລະ ທີມຍິງ, ລາຍການ ທີມຊາຍແບ່ງເປັນ 8 ກຸ່ມການແຂ່ງຂັນ, ທີມ ຍິງແບ່ງອອກເປັນ 4 ກຸ່ມການແຂ່ງຂັນ, ຮູບແບບການແຂ່ງຂັນໃນຮອບຄັດເລືອກ ເສຍ 2 ເທື່ອຄັດອອກ, ຄັດເອົາທີ່ເກັ່ງກວ່າ ເຂົ້າແຂ່ງຂັນໃນຮອບ 16 ທີມ, ສ່ວນການແຂ່ງຂັນ ໃນຮອບ 16 ແລະ ຮອບ 8 ທີມ, ແຂ່ງຂັນກັນໃນຮູບແບບ ເສຍຄັດອອກເວລາ.





