ໂຮງຮຽນສາມັນກິນນອນຊົນເຜົ່າ (ມສ) ແຂວງ ອັດຕະປືໄດ້ຈັດພິທີໄຂສົກຮຽນໃໝ່ປະຈໍາສົກຮຽນ 2025-2026 ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດແຜນການພັດທະນາໂຮງຮຽນ ໃນ 1 ສົກຮຽນ 2024-2025 ຜ່ານມາ, ພ້ອມຜ່ານທິດທາງແຜນການພັດທະນາໂຮງຮຽນ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນສົກຮຽນ 2025-2026 ໃຫ້ມີປະສິດທິພາບ ແລະ ໃຫ້ໄດ້ຮັບໝາກຜົນສໍາເລັດຕາມລະດັບຄາດໝາຍ.
ພິທີໄດ້ຂັດຂື້ນໃນຕອນເຊົ້າຂອງວັນທີ 11 ກັນຍາ 2025 ນີ້ ທີ່ສະໂມສອນຂອງໂຮງຮຽນ ສາມັນກິນນອນຊົນເຜົ່າ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີ ຄະນະຜູ້ອຳນວຍການໂຮງຮຽນ, ອໍານາດການປົກຄອງບ້ານ, ນ້ອງໆນັກຮຽນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ທອງຄູນ ແສງບັນດິດ ຮອງຜູ້ອຳນວຍການໂຮງຮຽນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນການພັດທະນາໂຮງຮຽນ ປະຈຳສົກຮຽນ 2024-2025 ແລະ ທິດທາງແຜນການພັດທະນາໂຮງຮຽນ ໃນສົກຮຽນ 2025-2026 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ເຊີ່ງໃນນັ້ນ ໃນສົກຮຽນ 2024-2025 ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ລວມທັງ 2 ສາຂາທີ່ຂຶ້ນກັບ ມີພະນັກງານຄູ-ອາຈານລວມທັງໝົດ 62 ທ່ານ ຍິງ 30 ທ່ານ ແລະ ນັກຮຽນຈໍານວນ 833 ຄົນ ຍິງ 377 ຄົນ ມີ 11 ຊົນເຜົ່າ ແລະ ມີອາຄານຮຽນທັງໝົດ 17 ຫຼັງ ໃຊ້ເປັນອາຄານຮຽນ 6 ຫຼັງ, ສະເພາະ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງບໍ່ລວມສາຂາແມ່ນມີພະນັກງານ ຄູ-ອາຈານທັງໝົດ 39 ທ່ານ ຍິງ 25 ທ່ານ ແລະ ນັກຮຽນຈໍານວນ 455 ຄົນ ຍິງ 191 ຄົນນັກຮຽນຝາກ 23 ຄົນ ຍິງ 15 ຄົນ ມີອາຄານທັງໝົດ 10 ຫຼັງ ໃຊ້ເປັນອາຄານຮຽນ 3 ຫຼັງ ສໍາລັບນັກຮຽນໃນແຜນແມ່ນນອນໃນຫໍພັກ, ກິນເຂົ້າຢູ່ເຮືອນຄົວລວມ, ຂຶ້ນຫ້ອງຄົ້ນຄວ້າພາກຄໍ່າ, ມີການເພີ່ມພູນປູກຜັກຢູ່ສວນຄົວ, ລ້ຽງສັດເພື່ອຕອບສະໜອງ ໃຫ້ເຮືອນຄົວລວມ ແລະ ສັງຄົມ; ນອກນັ້ນ, ໂຮງຮຽນຍັງໄດ້ຈັດການຮຽນ-ການສອນສາຍສາມັນວິຊາຊີບໃນ 4 ສາຂາຈົບອອກໄປແລ້ວ 2 ສາຂາ ໃນປະຈຸບັນຍັງສືບຕໍ່ຮຽນ 2 ສາຂາຄື ສາຂາລ້ຽງສັດ ແລະ ສາຂາໄຟຟ້າ.
ການປະຕິບັດແຜນງານແຕ່ລະດ້ານສົກຮຽນຜ່ານມາ ໂດຍໄປຕາມ 3 ລັກສະນະ 5 ຫລັກມູນ ຂອງຂະແໜງການສຶກສາ ແລະ ຕິດພັນກັບການປະຕິບັດ 3 ຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ວາງອອກ, ແຜນງານດ້ານວິຊາການ: ໂຮງຮຽນ ມີນັກຮຽນເກັ່ງ ຂັ້ນເມືອງ ຊັ້ນ ມ.4 ເສັງໄດ້ອັນດັບທີ 1 ວິຊາ ຟີຊິກສາດ 1 ນ້ອງ, ໄດ້ອັນດັບທີ 3 ວິຊາ ຟີຊິກສາດ 1 ນ້ອງ ແລະ ມີນັກຮຽນເກັ່ງຊັ້ນ ມ.4 ເສັງໄດ້ອັນດັບທີ 3 ວິຊາ ຟີຊິກສາດ 1 ນ້ອງ; ການສອບເສັງສາຍສາມັນວິຊາຊີບສາຂາລ້ຽງສັດ ບັນລຸໄດ້ 100% ພ້ອມຮັບໃບປະກາສະນີຍະບັດສຳເລັດ; ສອບເສັງສາມັນ ແລະ ວິຊາຊີບໄດ້100%...; ແຜນງານນີ້ປະຕິບັດໄດ້ 91, 59%; ແຜນການ 89,05%; ແຜນງານດ້ານຄຸ້ມຄອງບຸກຄະລາກອນ: ປະຕິບັດໄດ້ 91, 87% ແຜນການ 89,09%; ແຜນງານຫ້ອງການ: ປະຕິບັດໄດ້ 90, 76% ແຜນການ 87,02%; ວຽກງານກິດຈະກໍານັກຮຽນ: 91,69%. ແຜນການ 89,04%; ແຜນອາຄານສະຖານທີ່: ປະຕິບັດໄດ້ 91,57%, ແຜນການ 89,02%; ແຜນງານພົວພັນຊຸມຊົນ ແລະ ຂໍການຊ່ວຍເຫຼືອ: ປະຕິບັດໄດ້ 90,76% ແຜນການແລະ 87,02%; ແຜນງານອົງການຈັດຕັ້ງມະຫາຊົນ: ປະຕິບັດໄດ້ 91,76%, ແຜນການ 89,09%, ໂດຍລວມແລ້ວ ໃນແຕ່ລະແຜນງານແມ່ນປະຕິບັດບັນລຸໄດ້ລື່ນແຜນ, ແຕ່ກໍ່ຍັງໄດ້ຍົກໃຫ້ເຫັນບາງຈຸດອ່ອນ ແລະ ຂໍ້ຄົງຄ້າງ ເປັນຕົ້ນແມ່ນ ໜີ້ຄ້າງຈ່າຍຄ່າໄຟຟ້າ ຄົງເຄືອຍາວນານ, ເງິນເບ້ຍລ້ຽງນັກຮຽນອອກຊ້າ, ງົບປະມານບໍລິຫານບໍ່ພຽງພໍ.





ຂ່າວໂດຍ: ພົມວິຫານ ໄຊຊະນະ.
ລົງເວັບໄຊສ໌ໂດຍ: ສູນໄອຊີທີ ອັດຕະປື ( ໜ່ວຍງານ MIS )
