ໄລຍະ 1 ປີ 2024-2025 ໃນການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ອັດຕະປື ມີຜົນງານພົ້ນເດັ່ນຫລາຍດ້ານ, ໄດ້ຮັບການຍ້ອງຍໍຈາກ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ມີບຸກຄົນ 3 ດີ ປະເພດ 1: 40 ສະຫາຍ ແລະ ບຸກຄົນດີເດັ່ນ ປະເພດ 2: 1 ສະຫາຍ, ພ້ອມທັງໄດ້ຮັບການຢັ້ງຢືນເປັນຮາກຖານ 3 ດີ ຕື່ມອີກ ເປັນຄັ້ງທີ 4 ລຽນຕິດທີ່ ສະຫະພັນແມ່ຍິງ ຮາກຖານ ສກຂ ອັດຕະປື ຍາດມາໄດ້
ໃນຕອນເຊົ້າຂອງວັນທີ 09 ມັງກອນ 2025 ນີ້ ສະຫະພັນແມ່ຍິງ ຮາກຖານ ສກຂ ອັດຕະປື ໄດ້ໄຂກອງປະຊຸມ ສະຫຼຸບຕີລາຄາຄືນ ຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ໃນໄລຍະ 1 ປີ 2024-2025; ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນທີ່ຫ້ອງປະຊູມໃຫຍ່ ຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍພາຍໃຕ້ການເປັນໃຕ້ການເປັນປະທານຂອງ ສະຫາຍ ນາງ ຈັນເພັດ ຈັນທະມາດ ກໍາມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງ ແລະ ການເປັນປະທານຮ່ວມ ຂອງສະຫາຍ ອຸດົມສິນ ສີຊານົນ, ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີ ສະຫາຍ ນາງ ແກ້ວດອກຈັນ ວັນນະວົງ ປະທານສະຫະພັນແມ່ຍິງຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງ, ມີບັນດາສະຫາຍໃນຄະນະສະຫະພັນແມ່ຍິງ, ພ້ອມສະມາຊິກ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ນາງ ແກ້ວດອກຈັນ ວັນນະວົງ ໄດ້ສະຫຼຸບລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ ແມ່ຍິງ 3 ດີ ໃນ ໄລະຍະ 1 ປີຜ່ານ ໃຫ້ຮູ້ວ່າ: ໃນຮາກຖານປະກອບມີສະມາຊິກແມ່ຍິງ ທັງໝົດ 41 ສະຫາຍ ໃນນັ້ນສະມາຊິກແມ່ຍິງທີ່ເປັນພະນັກງານຄູ-ອາຈານປະກອບມີ 18 ສະຫາຍ, ພະນັກງານບໍລິຫານ 23 ສະຫາຍ; ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ ຂະບວນການ 3 ດີ, ດ້ານພົນລະເມືອງດີ: ສາມາດບັນລຸໄດ້ 100%, ດ້ານພັດທະນາດີ: ສາມາດບັນລຸໄດ້ 98,9%, ໃນນັ້ນ ມີສະມາຊິກສະຫະພັນແມ່ຍິງ ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວຽກງານ 3 ຂໍ້ ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາ ປະຈຳສົກຮຽນ 2024 - 2025 ປະເພດ I ຈໍານວນ 40 ສະຫາຍ, ປະເພດ II ຈໍານວນ 1 ສະຫາຍ;ດ້ານສ້າງຄອບຄົວດີ: ສາມາດບັນລຸໄດ້ 100%, ໃນນັ້ນ ມີຄອບຄົວວັດທະນະທໍາ 41 ຄອບຄົວ, ຄອບຄົວສາມັກຄີປອງດອງ 41 ຄອບຄົວ, ຄອບຄົວປອດຄະດີ 41 ຄອບຄົວ, ຄອບຄົວພັດທະນາ 39 ຄອບຄົວ, ຄອບຄົວສຸຂະອະນາໄມດີ 41 ຄອບຄົວ.
ດ້ວຍຜົນງານດັ່ງກ່າວ ສະຫະພັນແມ່ຍິງ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໄດ້ຮັບການຍ້ອງຍໍຈາກປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ບຸກຄົນ 3 ດີ ປະເພດ 1: ມີ 40 ສະຫາຍ ແລະ ບຸກຄົນດີເດັ່ນ ປະເພດ 2: ມີ 1 ສະຫາຍ, ພ້ອມທັງໄດ້ຮັບການຢັ້ງຢືນເປັນຮາກຖານ 3 ດີ ຕື່ມອີກ ເປັນຄັ້ງທີ 4 ລຽນຕິດ ທີ່ ສະຫະພັນແມ່ຍິງ ຮາກຖານ ສກຂ ອັດຕະປື ຍາດມາໄດ້, ເປັນກຽດຂື້ນມອບໃບຍ້ອງຍໍ ແລະ ໃບຢັ້ງຢືນ ໃຫ້ແກ່ບຸກຄົນ ແລະ ກົມກອງ ທີ່ມີຜົນງານໃນການເຄື່ອນໄຫວປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໃນປີ 2024 ຢ່າງສົມກຽດ,ໂດຍ ສະຫາຍ ນ. ຈັນເພັດ ຈັນທະມາດ, ພ້ອມນີ້ ສະຫະພັນແມ່ຍິງ ສກຂ ອັດຕະປື ກໍ່ໄດ້ຂື້ນຈັບມືກັນເປີດຂະບວນການແຂ່ງຂັນ 3 ດີ ວາງຄາດໝາຍສູ້ຊົນສືບຕໍ່ ສ້າງບຸກຄົນເປັນພົນລະເມືອງດີໃຫ້ບັນລຸ 100%, ສ້າງບຸກຄົນເປັນບຸກຄົນພັດທະນາດີໃຫ້ບັນລຸ 99% ແລະ ສ້າງຄອບຄົວດີ ມີຄວາມຜາສຸກໃຫ້ບັນລຸ 99% ປີ2025.







