ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ປປລ ໜ່ວຍຮາກຖານຊາວໜຸ່ມ ພະແນກ ສຶກສາທິການແລະກິລາແຂວງ ອັດຕະປື.

 

ໃນຕອນເຊົ້າຂອງວັນທີ 30 ມັງກອນ 2025 ນີ້ ສະມາຊິກຊາວໜຸ່ມ ປປລ ໜ່ວຍຮາກຖານພະແນກສືກສາທິການ ແລະ ກິລາແຂວງ . ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນຂື້ນຢ່າງສະຫງ່າຜ່າເຜີຍ, ຢູ່ທີ່ຫ້ອງປະຊຸມພະແນກ ສຶກສາທິການ ແລະ ກິລາແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງສະຫາຍ ແກ້ວອຸດົມ ໄຊເສດຖາ ຄະນະປະຈຳຊາວໜຸ່ມແຂວງ, ເລຂາໜ່ວຍຮາກຖານຊາວໜຸ່ມ ພະແນກ ສຶກສາທິການ ແລະ ກິລາແຂວງ. ຮັບກຽດເຂົ້າຮ່ວມເປັນຄະນະປະທານໂດຍມີ ສະຫາຍ ອຸດົມສິນ ສີຊານົນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ພະແນກ ສຶກສາທິການ ແລະ ກິລາແຂວງ, ມີສະຫາຍ ໄຊລະຄອນ ອິນທິວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີແຂກຖືກເຊີນ ພ້ອມດ້ວຍຄະນະອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ 47 ສະຫາຍ ຍິງ 15 ສະຫາຍ.

1 1

1 2

ກອງປະຊຸມດັ່ງກ່າວໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກຈາກສະຫາຍ ແກ້ວອຸດົມ ໄຊເສດຖາ ຄະນະປະຈຳຊາວໜຸ່ມແຂວງ ເລຂາໜ່ວຍຮາກຖານຊາວໜຸ່ມພະແນກ ສຶກສາທິການ ແລະ ກິລາແຂວງ, ເພື່ອສະຫຼຸບຕີລາຄາຄືນຕໍ່ໝາກຜົນ ແລະ ຜົນງານໃນໄລຍະ 5 ປີທີ່ຜ່ານມາ (2019-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2025-2030).ພິທີດັ່ງກ່າວ; ຍັງມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2024.






ໂອກາດດຽວກັນນັ້ນ, ກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະຮາກຖານໜ່ວຍຊຸດໃໝ່, ເຊິ່ງຜູ້ສະໝັກເລືອກຕັ້ງທັງໝົດ 5 ສະຫາຍ; ຍິງ 2 ສະຫາຍ. ຜ່ານການປ່ອນບັດສາມາດຄັດເລືອກໄດ້ຈໍານວນ 3 ສະຫາຍ; ຍິງ 1 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາສະຫາຍ ນ ສຸລິສາ ວົງພູທອນ ເປັນເລຂາຄະນະຊາວໜຸ່ມ ປປລ ໜ່ວຍຮາກຖານຊາວໜຸ່ມ ຊຸດໃໝ່, ເລືອກເອົາ ສະຫາຍ ຄຳໂຂງ ພັນທະຈັກ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ຈິດສະໄນ ເມືອງແກ້ວ ເປັນຄະນະ


1 6
1 7
1 8
10.1
ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຄະນະປະທານ ກໍ່ໄດ້ຜັດປ່ຽນກັນຂື້ນມີຄຳເຫັນໂອ້ລົມ, ຕໍ່ສະມາຊິກຊາວໜຸ່ມໜ່ວຍຮາກຖານຊາວໜຸ່ມພະແນກ ສຶກສາທິການ ແລະ ກິລາແຂວງ, ເພີ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາຂອງຄະນະຊາວໜຸ່ມດັ່ງກ່າວ ທີ່ພົ້ນເດັ່ນເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ພ້ອມສ້າງຂະບວນການຕ່າງໆ ແລະ ມີຄວາມເປັນເຈົ້າການຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ; ພ້ອມທັງເນັ້ນໜັກ ໃຫ້ຄະນະຊຸດໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດ ຊອບໃນການນໍາພາຊາວໜຸ່ມຂອງຕົນໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ, ເພີ່ມທະວີຄວາມສາມັກຄີພາຍໃນ ພ້ອມກັນນຳເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

1 4
1 5
1 9


ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື© 2026