ໃນວັນທີ 5 ມິຖຸນາ 2025 ນີ້, ສະຫະພັນກຳມະບານພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກກຳມະບານຄັ້ງທີ V ຂຶ້ນທີ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມໂດຍ ສະ ຫາຍ ພົງສະຫວັນ ພົມມະວົງ, ຮອງປະທານຄະນະບໍ ລິຫານງານສະຫະພັນກຳມະ ບານແຂວງ, ສະຫາຍ ອຸດົມສິນ ສີຊານົນ, ກຳມະການພັກແຂວງ, ເລຂາພັກຮາກຖານ, ຫົວໜ້າພະແນກສຶກສາທິ ການ ແລະ ກິລາແຂວງ, ມີບັນດາແຂກຖືກເຊີນ ພ້ອມດ້ວຍສະ ມາຊິກກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ແກ້ວສົມເພັດ ໄຊຍະວົງສອນ, ປະທານສະຫະພັນກຳມະບານພະແນກສຶກສາທິການ ແລະ ກິລາແຂວງ, ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກ ງານກຳມະບານຮອບດ້ານ ໄລ ຍະ 5 ປີ (2020- 2024) ແລະ ທິດທາງແຜນການພັດທະນາວຽກງານກຳມະບານແຕ່ປີ 2025-2029 ໃນໄລຍະ 5 ປີ ຜ່ານມາ, ສະຫະພັນກຳມະບານໄດ້ຕັ້ງໜ້າເອົາໃຈໃສ່ປຸກລະດົມສະມາຊິກກຳມະບານເຂົ້າຮ່ວມຂະບວນ ການຕ່າງໆຂອງພັກ, ຂອງຊາດຢ່າງຕໍ່ ເນື່ອງ,ຖືເອົາການຮ່ວມຊີວິດທຸກໆເດືອນເປັນການສ່ອງແສງລາຍງານເພື່ອສົ່ງສາຍຕັ້ງ ແລະ ສາຍຂວາງ, ເສຍເງິນຄ່າບຳລຸງກຳມະບານ ແລະ ເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ
ພ້ອມນີ້, ຍັງຕິດພັນກັບວຽກງານວິຊາສະເພາະ ແລະ ເປັນເຈົ້າການໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳ ມະບານ, ກຳມະກອນ- ຊາວຜູ້ອອກແຮງງານອື່ນໆ. ເຊິ່ງມີຫຼາຍຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິ ບັດເຂົ້າໃນໜ້າທີ່ວຽກງານຢ່າງປະດິດສ້າງ, ຕິດພັນກັບວຽກງານຂະບວນການແຂ່ງຂັນຍ້ອງຍໍ ແຕ່ປີ 2020 ຫາ 2024, ກົມກອງໄດ້ຮັບໃບຢັ້ງຢືນເປັນກົມກອງດີເດັ່ນປະເພດ I. ຈາກນັ້ນ, ສະມາຊິກກຳມະບານພ້ອມກັນເປີດຂະບວນ ການແຂ່ງຂັນ "5 ເປັນເຈົ້າ" ປະຈຳສົກປີ 2025 ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້. ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກຄະນະກຳມະບານຮາກຖານຊຸດໃໝ່ ເຊິ່ງມີຜູ້ສະໝັກ ຈຳນວນ 09 ສະຫາຍ ແລະ ເລືອກເອົາ 07 ສະຫາຍ. ກອງປະຊຸມຄັ້ງປະຖົມມະ ລຶກຂອງຄະນະກຳມະ ບານຊຸດໃໝ່ ໄດ້ເປັນເອກະພາບແຕ່ງຕັ້ງ ສະຫາຍ ສຸລິສັກ ແສງຈັນ ເປັນປະທານ, ສະຫາຍ ວິໄລວັນ ແວວສີ ເປັນຮອງປະທານທັງເປັນປະທານກວດກາວຽກງານກຳມະບານ, ແລະ 05 ສະຫາຍເປັນຮອງ, ພ້ອມທັງເລືອກເອົາຜູ້ແທນສົມບູນຈຳນວນ 04 ສະ ຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນກຳມະ ບານທົ່ວແຂວງຄັ້ງທີ VII.



ຂ່າວໂດຍ: ເພັດທະນົງສອນ ໄຊຍະແສງ.
ລົງເວັບໄຊສ໌ໂດຍ : ສູນໄອຊີທີ ແຂວງ ອັດຕະປື ( ໜ່ວຍງານ MIS )
